|
AGROVOC |
|
AGROVOC ແມ່ນພົດຈະນຸກົມ ຄຳສັບດ້ານກະສິກຳ ແລະ ປ່າໄມ້ ຂອງອົງການ ອາຫານ ແລະ ການກະເສດໂລກ (FAO) ຊຶ່ງປະຈຸບັນ ບັນຈຸມີ ຄຳສັບ ຫຼາຍກວ່າ 15000 ສັບ. ທາງ ສະຖາບັນຄົ້ນຄວ້າ ກະສິກຳ ແລະ ປ່າໄມ້ (NAFRI) ໄດ້ຕັດສິນໃຈແປ ຄຳສັບໃນພົດຈະນານຸກົມດັ່ງກ່າວ ເປັນພາສາລາວ ເພື່ອໃຊ້ເຂົ້າໃນການພັດທະນາ ລະບົບ ຖານຂໍ້ມູນກະສິກຳ ແລະ ປ່າໄມ້ ເພື່ອຊ່ວຍນັກຄົ້ນຄວ້າຂອງລາວ ໃຫ້ສາມາດເຂົ້າຄົ້ນ ແລະ ຈັດຜົນການຄົ້ນຄວ້າທີ່ຜະຫຼິດອອກໄດ້ຢ່າງມີລະບົບ. ນອກຈາກນີ້, ກໍຍັງ ເພື່ອເປັນການກຳນົດມາດຖານການໃຊ້ ຄຳສັບ ກະສິກຳ ແລະ ປ່າໄມ້ລາວ ໃຫ້ມີຄວາມເປັນເອກະພາບກັນ ໃນລະດັບຊາດ. ພົດຈະນານຸກົມຄຳສັບກະສິກຳ ແລະ ປ່າໄມ້ລາວ ຫຼື LAO AGROVOC ໄດ້ຮັບການພັດທະນາຂຶ້ນ ດ້ວຍການຮ່ວມມື ຮ່ວມໃຈກັນ ຂອງກຸ່ມນັກວິຊາການ ແລະ ຊ່ຽວຊານ ຈາກບັນດາກົມ, ກອງ ແລະ ສະຖາບັນ ຂອງກະຊວງກະສິກຳ ແລະ ປ່າໄມ້, ບັນດາສະຖາບັນຄົ້ນຄວ້າແຫ່ງຊາດທີ່ກ່ຽວຂ້ອງ ແລະ ມະຫາວິທະຍາໄລ ແຫ່ງຊາດ ຈຳນວນ 40 ກວ່າທ່ານ ແລະ ດ້ວຍການຊ່ວຍເຫຼືອ ແລະ ແນະນຳ ດ້ານເຕັກນິກ ຈາກ ສູນ AGRIS ໄທ ຂອງຫໍສະໝຸດ ມະຫາວິທະຍາໄລກະເສດສາດ ປະເທດໄທ ຊຶ່ງເປັນຜູ້ທີ່ໄດ້ແປ AGROVOC ອອກເປັນພາສາໄທມາກ່ອນແລ້ວ. ການພັດທະນາ LAO AGROVOC ສະບັບທຳອິດນີ້ ໄດ້ດຳເນີນເປັນ 2 ໄລຍະ ໂດຍໃນໄລຍະທີ 1 ນັ້ນ ເປັນການແປໂດຍນັກວິຊາການ ຈາກຂະແໜງການທີ່ກ່ຽວຂ້ອງຕ່າງໆ ແລະ ໄລຍະທີ 2 ເປັນການທົບທວນ, ກວດແກ້ ແລະ ຢືນຢັນຄຶນຄຳແປທີ່ວິຊາການໄດ້ແປມາໂດຍກຸ່ມຜູ້ຊ່ຽວຊານ. ພົດຈະນານຸກົມສະບັບນີ້ ໄດ້ຈັດພິມອອກ ເພື່ອຂໍຄຳຄິດເຫັນ ຈາກຜູ້ທີ່ໄດ້ນຳໃຊ້ AGROVOC ເພື່ອ ຈະໄດ້ ປັບປຸງໃຫ້ ມີຄວາມສົມບູນ ແລະ ສາມາດຈັດພິມໄດ້ໃນເດືອນ ທັນວາ 2005. ຫຼັງຈາກນັ້ນ, ກໍຈະມີ ການຈັດຕັ້ງ ກຸ່ມນັກຊ່ຽວຊານຂຶ້ນຕື່ມ ເພື່ອສືບຕໍ່ຕິດຕາມ ແລະ ພັດທະນາ ພົດຈະນານຸກົມດັ່ງກ່າວນີ້ ໃຫ້ມີ ຄວາມສົມບູນແບບ ແລະ ທັນສະໄໝຂຶ້ນໄປເລື້ອຍໆ. ພວກເຮົາມີຄວາມຍິນດີ ທີ່ຈະຮັບເອົາຄຳເຫັນ ແລະ ຄຳແນະນຳ ທຸກຢ່າງ ຈາກທຸກໆທ່ານ. ຖ້າທ່ານພົບເຫັນ ຄຳຜິດ ແລະ ມີ ຂໍ້ແນະນຳດັດແກ້ ຫຼື ມີຄຳສັບທີ່ເຫັນວ່າຖືກຕ້ອງເໝາະສົມກວ່າ ກະລຸນາສົ່ງເຖິງພວກເຮົາໄດ້ ທີ່: info@nafri.org.la |