LAD
LAD number:LAD010320110874
ARN number:LA2011000389
Title (main, Lao):ວຽກງານກະຊິກຳປ່າໄມ້ ແລະ ການນຳໃຊ້ຊັບພະຍາກອນທຳມະຊາດໃນເມືອງວຽງທອງ ແຂວງຫົວພັນ - ສປປ ລາວ
Literary indicators:R (Report/ບົດລາຍງານ)
Corporate authors:ສະຖາບັນຄົ້ນຄວ້າເເພື່ອການພັດທະນາ
Publication code(s):Not specific
Author address code(s):Not specific
Author(s):Jouve Emmanuel; ຊູເວີ ເອມານູແອນ
Report type:Country report, Technical report
Level:M
Media type:Book
Primary subject category:Agricultural research - ການວາງແຜນວຽກງານການຄົ້ນຄວ້າດ້ານກະສິກຳ
Secondary subject category:Nature conservation and land resources - ການອະນຸລັກທຳມະຊາດ ແລະ ຊັບພະຍາກອນທີ່ດິນ
Availability:ຫ້ອງສະໝຸດສະຖາບັນຄົ້ນຄວ້າກະສິກຳ ແລະ ປ່າໄມ້ ແຫ່ງຊາດ
Publication place:Vientiane ( Lao PDR )
Publication date:1999-09
Pages (book, total):29
Summary statement:Lao
Descriptors:Agroforestry; Farming systems; Natural resources; ກະສິກຳປ່າໄມ້; ລະບົບຜະລິດກະສິກຳ; ຊັບພະຍາກອນທຳມະຊາດ;
Keywords:ການນຳໄຊ້ຊັບພະຍາກອນ; ຊັບພະຍາກອນທຳມະຊາດ; ວັດທະນາການກະຊິກຳ; ການເກັບກຳເຄື່ອງປ່າຂອງດົງ; ການລຽ້ງສັດ;
Abstract (Lao):ປະເທດລາວຊື່ງມີປະຊາຊົນຢູ່ຊົນນະບົດກວມເອົາ 85 %, ມີປ່າໄມ້ກວມເອົາພື້ນທີ່ 47% ແລະ ເຂດຮາບພຽງມີ 20% ຂອງເນື້ອທີ່ທັງຫມົດ, ປະຈຸບັນນີ້ກຳລັງປະເຊີນກັບບັນຫາສຳຄັນທີ່ເປັນການຊ່ຽງຢູ່ຄື: ການກຸ້ມຕົນເອງທາງດ້ານອາຫານ ແລະ ການປົກປ້ອງປ່າໄມ້. ບັນຫາດັ່ງກ່າວ,ກົດຫມາຍທີ່ນຳໄຊ້ໃນປະຈະບັນແມ່ນໃດ້ກຳນົດ ແລະ ພ້ອມກັບຈຳກັດຕໍ່ການນຳໄຊ້ດິນຂອງຊາວກະຊິກອນ. ນະໂຍບາຍຊີ້ນຳກໍມີຫລາຍເຊັ່ນກັນຊື່ງໂຄງການເຮັດໃຫ້ການກະຊິກຳທັນສະໄໝ ການຮັກສາສະພາບສິ່ງແວດລ້ອມ ແລະ ການເປີດໄປສູ່ເສດຖະກິດຕະຫລາດ ເຫັນດີໃຫ້ມີການຫລຸດຜ່ອນເນື້ອທີ່ໄຮ່. ບໍ່ມີນະໂຍບາຍນີ້ກໍ່ຈະເປັນຜົນສະທ້ອນບໍດີ ແລະຄ້າຍກັບວ່ານະໂຍບາຍປົກປັກຮັກສາ ແລະພັດທະນາບໍ່ຫນັກໃຈປານໃດຕໍ່ວິທີການຜະລິດກະຊິກຳປ່າໄມ້ຂອງຊາວກະຊິກອນ. ການເຮັດໄຮ່ກຳໄດ້ຖືກຫລຸດຜ່ອນລົງໄປເຖິງບ່ອນວ່າເປັນການກະຊິກຳແບບທຳລາຍ ທີ່ບໍ່ສາມາດລ້ຽງປະຊາກອນໄດ້ຫລາຍ ມັນເປັນວິທີການດຳລົງຊີວິດທີ່ມີຄວາມສັບສົນ ຊື່ງບໍ່ພຽງແຕ່ເຮັດໄຮ່ ແຕ່ກໍ່ຍັງຫາເກັບພືດ ລ້າສັດ ຫາປານຳອີກ...ວຽກກະຊິກຳປ່າໄມ້ບໍ່ແມ່ນເປັນການຜະລິດອາຫານແບບງ່າຍໆ ມັນມີການພົວພັນກັນສະນິດແຫ້ນນກັບຫລາຍໆຄົນ ພ້ອມປະກອບເປັນລະບົບທີ່ສັບສົນທີ່ກວມເອົາວຽກງານຕ່າງໆ ການນຳໄຊ້ພື້ນທີ່ ການພົວພັນລະຫ່ວາງຊາວນາຕໍ່ຊາວນາ ແລະ ລະຫ່ວາງບ້ານຕໍ່ບ້ານ ສີ່ງເຫລົ່ານີ້ເຮັດໃຫ້ເກີດມີບາງການປັບຕົວເຂົ້າກັບການປ່ຽນແປງກ່ຽວກັບເລື້ອງເສດຖະກິດ ກົດຫມາຍ ຫລື ການເມືອງ ສັງເກດ ແລະ ເຂົ້າໃຈການປະຕິບັດຂອງຊາວນາເພື່ອສາມາດສ້າງແຜນພັດທະນາຊົນນະບົດທີ່ປະສົມປະສານກັບການຮັກສາປ່າໄມ້ ແລະ ການຮັບປະກັນສະບຽງອາຫານ. ບາງຄຳສັບ : ກະຊິກຳປ່າໄມ້ ວຽກຊາວກະຊິກອນ ການນຳໃຊ້ດິນ ຜະລິດຕະພັນປ່າທີ່ບໍ່ແມ່ນໄມ້ ໄຮ່ ການຮັກສາຊີວະນາໆພັນ ການແບ່ງປັນດິນ ສປປ ລາວ ແຂວງຫົວພັນ ເມືອງວຽງທອງ

LAD - Lao Agriculture Database, version 3.0