LAD
LAD number:LAD010320170023
ARN number:LA2017000024
Title (main, Lao):ຄູ່ມືແນຳນຳການຄຸ້ມຄອງ ແລະ ຕິດຕາມກວດກາຄຸນນະພາບນໍ້າຢູ່ບັນດາອ່າງຮັບນໍ້າໃນສປປລາວ
Literary indicators:V (Non-conventional/ເອກະສານບໍ່ເຜີຍແຜ່)
Publication code(s):Not specific
Author address code(s):Not specific
Report type:Manual, Extension material
Level:M
Media type:Book
Primary subject category:Water resources and management - ຊັບພະຍາກອນນ້ຳ ແລະ ການຄຸ້ມຄອງ
Availability:ຫ້ອງສະໝຸດ ສະຖາບັນຄົ້ນຄ້ວາກະສິກຳ ແລະ ປ່າໄມ້ ແຫ່ງຊາດ
Publication date:2017-07
Summary statement:Lao
Language of text:Lao
Descriptors:Water reservoirs; Water storage; Quality; ອ່າງເກັບນ້ຳ; ການເກັບຮັກສານ້ຳ; ຄຸນນະພາບ;
Keywords:ການຄຸ້ມຄອງຄຸນນະພາບນໍ້າ; ຄຸນນະພາບນໍ້າ; ອ່າງຮັບນໍ້າ; ການກວດສອບຄຸນນະພາບນໍ້າ; ຊັບພະຍາກອນນໍ້າ;
Abstract (Lao):ຄູ່ມືການຄຸ້ມຄອງ ແລະ ຕິດຕາມກວດກາຄຸນນະພາບນໍ້າໃນອ່າງຮັບນໍ້າໃນ ສປປ ລາວ, ມີຈຸດປະສົງ ເພື່ອ ແນະນຳໃຫ້ແກ່ພາກສູ່ວນທີ່ກູ່ຽວຂ້ອງທັງສູນກາງ ແລະ ທ້ອງຖິ່ນໃນການວາງແຜນ ແລະ ດຳເນີນການ ຕິດຕາມ ກວດກາຄຸນນະພາບນໍ້າ ໃນບັນດາສາຍນໍ້າຕ່າງໆ. ພ້ອມດຽວກັນນັ້ນ ກໍ່ເພື່ອສະແດງໃຫ້ເຫັນໜ້າວຽກ ແລະ ໜ້າ ທີ່ຮັບຜິດຊອບຂອງພາກສ່ວນທີ່ກູ່ຽວຂ້ອງທັງສູນກາງ ແລະ ທ້ອງຖິ່ນ.ໃນໄລຍະຜ່ານມາການຄຸ້ມຄອງ ຕິດຕາມ ກວດກາຄຸນນະພາບນໍ້າ ຍັງລັກສະນະກະແຈກກະຈາຍ, ການປະສານງານ ຍັງບໍ່ທັນມີລະບົບໃນການຕິດຕາມກວດກາຄຸນນະພາບນໍ້າ, ຂໍ້ມູນຍັງກະແຈກກະຈາຍ ເຊິ່ງເຫັນໄດ້ໃນກໍລະນີເກີດມີບັນຫາຮີບດ່ວນ ທາງດ້ານຄຸນນະພາບນໍ້າເຊັ່ນ: ນໍ້າຂຸ້ນຜິດປົກກະຕິ, ມີການປ່ອຍສານເຄມີລົງສູ່ແມ່ນໍ້າໂດຍທາງກົງ ແລະ ທາງອ້ອມ, ເກີດເຫດການປາຕາຍຜິດປົກກະຕິ ແລະ ບັນຫາອື່ນໆ ແມ່ນຍັງບໍ່ທັນມີພາກສ່ວນໃດເປັນຫັກໃນການປະສນນງານຮັບຜິດຊອບ ແລະ ແກ້ໄຂບັນຫາເຊິ່ງຄູ່ມືສະບັບນີ້ແມ່ນຈະຊ່ວຍໃຫ້ ບັນດາພາກສ່ວນທີ່ກ່ຽວຂ້ອງຮັບຜິດຊອບຮ່ວມກັກຢ່າງມີປະສິດທິພາບດີຂື້ນ. ຄູ່ມືດັ່ງກ່າວຖືກຮ່າງຂື້ນແຕ່ຕົ້ນປີ 2013 ເຊິ່ງໄດ້ມີການປຶກສາຫາລືກັບບັນດາພກສ່ວນທີ່ກ່ຽວຂ້ອງຢ່າງກວ້າງຂວາງ, ມີກອງປະຊຸມປຶກສາຫາລືຂື້ນວິຊາການພາຍໃນກົມຊັບພະຍາກອນນໍ້າຈຳນວນ 1 ຄັ້ງ, ກອງປະຊຸມປຶກສາຫາລືກັບບັນດາກົມ, ກອງ ແລະ ສະຖາບັນທີ່ກ່ຽວຂ້ອງຂັ້ນສູນກາງ 3 ຄັ້ງ, ພ້ອມກັນນີ້ກໍໄດ້ສົ່ງປື້ມຄູ່ມືສະບັບຮ່າງໃຫ້ຂະແໜງຊັບພະຍາກອນນໍ້າຂອງ 18 ແຂວງເພື່ອປະກອບຄຳເຫັນ, ແລະ ກອງປະຊຸມປຶກສາຫາລື ຄັ້ງສຸດທ້າຍໄດ້ຈັດຂື້ນໃນວັນທີ່ 5 ພະຈິກ 2014 ກັບບັນດາກົມ, ກອງ ແລະ ສະຖາບັນທີ່ກ່ຽວຂ້ອງຂັ້ນສູນກາງ ແລະ ທ້ອງຖິ່ນ ເພື່ອປະກອບຄຳເຫັນ, ເຊິ່ງໄດ້ເຫັນດີເປັນເອກະພາບກັນໃນການນຳເອົາຄູ່ມືດັ່ງກ່າວ ໄປນຳໃຊ້ໃນການປະຕິບັດວຽກງານຄຸ້ມຄອງ ແລະ ຕິດຕາມກວດກາຄຸນນະພາບນໍ້າ ຕາມພາລະບົດບາດ ຂອງແຕ່ລະພາກສ່ວນ.ເນື້ອໃນຄູ່ມືສະບັບນີ້ແມ່ນໄດ້ຖອດຖອນບົດຮຽນທີ່ໄດ້ຈັດຕັ້ງປະຕິບັດຜ່ານມາຢູ່ອ່າງຮັບແມນໍ້າງື່ມ ໃນປີ 2012, ລວມເຖິງບົດຮຽນໃນການຄຸ້ມຄອງ ແລະ ຕິດຕາມກວດກາຄຸນນະພບບນໍ້າຂອງສຳກົນ (ພາກເຕັກນິກ), ເຊິ່ງເນື້ອໃນມີຢູ່ 3 ພາກໃຫຍ່: ພາກທີ I ແມ່ນພາກສະເໜີ ເຊິ່ງປະກອບມີ ຄວາມເປັນມາ ແລະ ຈຸດປະສົງຂອງ ຄູ່ມື, ພາກທີ II ແມ່ນພາກການຄຸ້ມຄອງຄຸນນະພາບນໍ້າ ເຊິ່ງປະກອບມີຄວາມຮັບຜິດຊອບ, ລະບຽບກົດໝາຍທີ່ ກ່ຽວຂ້ອງ ແລະ ກົນໄກການປະສານງານຂອງ ພາກສ່ວນທີ່ກ່ຽວຂ້ອງ ໃນການຕິດຕາມກວດກາຄຸນນະພາບນໍ້າ (ພາກເຕັກນິກ), ພາກທີ III ແມ່ນການຕິດຕາມກວດກາຄຸນນະພາບນໍ້າ ເຊິ່ງປະກອບມີຢູ່ 5 ຂັັນຕອນໃນການຕິດຕາມ.
Files: download full text file 1 out of 1 (1.22 MB)
Downloads:0

LAD - Lao Agriculture Database, version 3.0