LAD
LAD number:LAD010320200047
ARN number:LA2020000047
Title (main, Lao):ແຜນງານຊີວະນາໆພັນກະສິກຳແຫ່ງຊາດ ແລະ ແຜນປະຕິບັດງານຄັ້ງທີ່ 2 (2015-2025)
Literary indicators:V (Non-conventional/ເອກະສານບໍ່ເຜີຍແຜ່)
Publication code(s):MAF not specific
Author address code(s):MAF not specific
Report type:Country report, Technical report
Level:M
Media type:Book
Primary subject category:Food science and technology - ວິທະຍາສາດ ແລະ ເທັກໂນໂລຍີການອາຫານ
Availability:ຫ້ອງສະໝຸດສະຖາບັນຄົ້ນຄວ້າກະສິກຳ,ປ່າໄມ້ ແລະ ພັດທະນາຊົນນະບົດ
Publication date:2020-12
Pages (book, total):110
Summary statement:Lao
Language of text:Lao
Descriptors:Agriculture; Farming systems; ກະສິກຳ; ລະບົບຜະລິດກະສິກຳ;
Keywords:ແຜນງານຊີວະນາໆພັນ; ຊີວະນາໆພັນ; ການຄໍ້າປະກັນສະບຽງອາຫານ;
Abstract (Lao):ແຜນງານຊີວະນາໆພັນດ້ານກະສິກຳແຫ່ງຊາດ ໄດ້ເລີ່ມຈັດຕັ້ງປະຕິບັດແຕ່ປີ 2005-2012 ເພື່ອອານຸລັກ ແລະ ຄຸ້ມຄອງຊີວະນາໆພັນກະສິກຳ. ເຖິງແມ່ນວ່າແຜນດັ່ງກ່າວຈະໄດ້ຮັບຜົນສຳເລັດໃນການປະກອບສ່ວນສ້າງຈິດສຳນຶກໃຫ້ແກ່ສັງຄົມ ແລະ ເປັນເຄື່ອງມືໃຫ້ແກ່ການຂະຫຍາຍຫຼາຍໂຄງການທີ່ພົວພັນເຖິງຄວາມຈຳເປັນໃນການຄຸ້ມຄອງຊີວະນາໆພັນກະສິກຳກໍ່ຕາມແຕ່ກໍ່ຍັງມີຂໍ້ບົກຜ່ອງຫຼາຍດ້ານທີ່ຈະໄດ້ປັບປຸງຕືມ. ສຳຄັນທີ່ສຸດແມ່ນຍັງຂາດຄວາມເຂົ້າໃຈ ແລະ ຄວາມເອົາໃຈໃສ່ດ້ານຊີວະນາໆພັນກະສິກຳຈາກສັງຄົມຈຶ່ງເຮັດໃຫ້ບໍ່ມີເປົ້າໝາຍອັນແນ່ນອນ ພ້ອມທັງຂາດງົບປະມານມາຊຸກຍູ້ແຜນງານດັ່ງກ່າວ. ຍ້ອນຂາດການປະສານງານ ແລະ ຂາດຂໍ້ມູນລະຫວ່າງຈຸດປະສານງານກັບອົງການຈັດຕັ້ງສາກົນ ແລະ ພາກສ່ວນຂະແໜງວິຊາການທີ່ມີສ່ວນກ່ຽວຂ້ອງ. ນອກຈາກນັ້ນກໍ່ຍັງຂາດການກະກຽມໃນການຈັດຕັ້ງປະຕິບັດ, ມີການສ້າງຕັ້ງກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມຂື້ນມາຕ້ອງມີການປະສານສົມທົບວຽກງານເຊີງໃນເວລາດຽວກັນນັ້ນກະຊວງກະສິກຳ ແລະ ປ່າໄມ້ກໍກຳລັງປັບປຸງກົນຈັກການຈັດຕັ້ງຄືນໃໝ່. ໃນຕົ້ນປີ 2014 ໂດຍໄດ້ຮັບການສຳໜັບສະໜູນຈາກອົງການອາຫານ ແລະ ການກະເສດ ກະຊວງກະສິກຳ ແລະ ປ່າໄມ້ໄດ້ເລີ່ມທົບທວນແຜນຊີວະນາໆພັນແຫ່ງຊາດດ້ານກະສິກຳຄືນໃໝ່ເຊິ່ງມອບໃຫ້ສະຖາບັນຄົ້ນຄວ້າກະສິກຳແລະ ປ່າໄມ້ແຫ່ງຊາດເປັນຜູ້ນຳພາຮັບຜິດຊອບເກັບກຳບົດຮຽນ ແລະ ຂໍ້ມູນມາວິເຄາະ ວິໄຈ ແລະ ສັງລວມເປັນແຜນງານໃໝ່ເອກະສານດັ່ງກ່າວປະກອບດ້ວຍຂໍ້ມນທີ່ເປັນປະໂຫຍດ ແລະ ເັນສິ່ງທ້າທາຍສຳລັບຊີວະນາໆພັນກະສິກຳຂອງລາວ ທີ່ມີແຜນກະສິກຳສຳລັບການອານຸລັກ ແລະ ການນຳໃຊ້ຊີວະນາໆພັນກະສິກຳ ແບບຍືນຍົງຝເພື່ອສະໜັບສະໜູນ ສປປ ລາວ ໃຫ້ກ້າວໄປເຖີງເປົ້າໝາຍທີ່ວາງໄວ້ເພື່ອຄໍ້າປະກັນສະບຽງອາຫານ, ຫຼຸດຜ່ອນຄວາມທຸກຈົນ ແລະ ການຂະຫຍາຍຕົວທາງດ້ານເສດຖະກິດສັງຄົມໃຫ້ໄດ້ຮັບການພັດທະນາຂື້ນເປັນກ້າວໆ.
Files: download full text file 1 out of 1 (1.82 MB)
Downloads:0

LAD - Lao Agriculture Database, version 3.0