LAD
LAD number:LAD010320200051
ARN number:LA2020000051
Title (main, Lao):ປື້ມແຜນທີ່ກະສິກຳ ສປປ ລາວ ສະພາບລວມດ້ານກະສິກຳ
Literary indicators:V (Non-conventional/ເອກະສານບໍ່ເຜີຍແຜ່)
Publication code(s):MAF not specific
Author address code(s):MAF not specific
Report type:Research Literature
Level:M
Media type:Book
Primary subject category:Agricultural research - ການວາງແຜນວຽກງານການຄົ້ນຄວ້າດ້ານກະສິກຳ
Availability:ຫ້ອງສະໝຸດສະຖາບັນຄົ້ນຄວ້າກະສິກຳ,ປ່າໄມ້ ແລະ ພັດທະນາຊົນນະບົດ
Publication date:2020
Pages (book, total):21
Summary statement:Lao
Language of text:Lao
Descriptors:Cartography; Data collection; Surveying; ແຜນທີ່ວິທະຍາ; ການເກັບກຳຂ້ໍມູນ; ການສຳຫຼວດ;
Keywords:ແຜນທີ່ກະສິກຳ; ທີ່ດິນກະສິກຳ, ການເຮັດໄຮ່ເລື່ອນລອຍ ແລະ ໝູນວຽນ, ຈຳນວນປະຊາກອນທີ່ເຮັດກະສິກຳ, ພື້ນທີ່ດິນກະສິກຳທີ່ຖືກຜົນກະທົບຈາກລະເບີດບໍ່ທັນແຕກ;
Abstract (Lao):ດິນກະສິກໍາໝາຍເຖີງດິນສວນໜຶ່ງຂອງດິນທັງໝົດທົ່ວປະເທດ ທີ່ເປັນດິນເໝາະແກjການປູກຝັງ, ຖືກນຳໃຊ້ເຂົ້າໃນການປູກພືດປະຈໍາປີ, ປູກພືດຢືນຕົ້ນຫຼືທົ່ງຫຍ້າລ້ຽງສັດຖາວອນ. ລະຫວ່າງ ປີ 1999 ແລະ ປີ 2011 ສປປ ລາວ ມີດິນກະສິກໍາທັງໝົດເພີ້ມຂື້ນ 53 ສ່ວນຮ້ອຍ, ຈາກ 976,000 ຮຕ ເປັນ 1.49 ລ້ານ ຮຕ. ອັດຕາສ່ວນຂອງດິນກະສິກໍາ ເພີ້ມຂື້ນຈາກ 4.4 ຫາ 7.9 ສ່ວນຮ້ອຍຂອງດິນທັງໝົດທົ່ວປະເທດ.ເຖິງວາຈະມີການເພີ່ມຂຶ້ນ, ສປປ ລາວ ຍັງມີເນື້ອທີ່ດິນກະສິກໍາຕໍ່າກວາປະເທດໃກ້ຄຽງ ເຊັ່ນ ປະເທດ ກໍາປູເຈຍ 31.5% ຂອງເນື້ອທີ່ທັງຫມົດຂອງປະເທດເປັນດິນສໍາລັບການຜະລິດກະສິກໍາ, ປະເທດໄທ 38.7%, ປະເທດມຽນມາ 19% ແລະ ປະເທດຫວຽດນາມ 33.1% (FAO, 2014). ອັດຕາສ່ວນທີ່ຕໍ່ານີ້ເກີດຍ້ອນມິພູຜາຫຼາຍ, ຄວາມຫນາແຫນນປະຊາກອນຕໍ່າ, ແລະ ຂາດທຶນຮອນໃຊ້ໃນການຫັນປ່ຽນເປັນດິນກະສິກໍາ ແລະ ນະໂຍບາຍລັດຖະບານກຽວກັບການຮັກສາປ່າໄມ້ . ນອກນັ້ນລາວຍັງຂາດພື້ນຖານໂຄງລາງ,ພ້ອມທັງຍັງມີບາງຂໍ້ຈໍາກັດຂະຫຍາຍກະສິກໍາໄປຍັງບາງເຂດ. ການປະກົດມີລະເບີດທີ່ບໍ່ທັນແຕກ (UXOs) ທີ່ຖືກຖີ້ມໃສ່ໃນລະຫວ່າງການໂຈມຕີທາງອາກາດຂອງສະຫະລັດອາເມລິກາ ຊ່ວງຊຸມປີ 1970 ຍັງເປັນປັດໃຈກົດໜ່ວງໃນຫຼາຍໆເຂດ. ລະເບີດທີ່ບໍ່ທັນແຕກມີຜົນກະທົບຕໍ່ທຸກໆແຂວງ ທົ່ວປະເທດ ແລະ ພື້ນທີ່ຖືກກະທົບຫຼາຍທີ່ສຸດ ບໍ່ຖືກນໍາໃຊ້ ຍ້ອນມີຄວາມສ່ຽງຕໍ່ການປູກຝັງ ແລະ ການພັດທະນາ. ການຄໍານວນເນື້ອທີ່ດິນກະສິກໍາ ອາດຈະປະເມີນເນື້ອທີ່ໄຮ່ ເລື່ອນລອຍ ຕໍ່າເກີນໄປຍ້ອນເນື້ອທີ່ປະເຮື້ອຫຼາຍແຫ່ງຖືກຈັດເປັນເນື້ອທີ່ດິນປ່າໄມ້ ໃນການສໍາຫຼວດດານການກະສິກໍາປີ 2011, ທັງໆທີ່ເປັນສ່ວນໜຶ່ງຂອງເນື້ອທີ່ໄຮ່ ແລະ ໃຊ້ໃນການປູກພືດຕ່າງໆຢູ່ລວມທັງຄວາມຫຼາກຫຼາຍຂອງເຄື່ອງປ່າຂອງດົງ.
Files: download full text file 1 out of 1 (4.26 MB)
Downloads:0

LAD - Lao Agriculture Database, version 3.0