LAD
LAD number:LAD010320040136
Title (main, Lao):ການນຳໃຊ້ຝຸ່ນ ແລະ ສະພາບດິນປູກຝັງ ຂອງເມືອງຫາດຊາຍຟອງ, ເມືອງໄຊທານີ, ເມືອງນາຊາຍທອງ, ເມືອງໂພນໂຮງ ແລະ ເມືອງທຸລະຄົມ
Literary indicators:V (Non-conventional/ເອກະສານບໍ່ເຜີຍແຜ່); R (Report/ບົດລາຍງານ)
Corporate authors:ກະຊວງ ກະສິກຳແລະປ່າໄມ້ ກົມປູກຝັງ ສົ່ງເສີມການກະເສດ ໂຄງການນຳໃຊ້ຝຸ່ນອົງຄະທາດ ແລະ ຝຸ່ນຊີວະພາບ ລາວ/85/007
Publication code(s):MAF not specific
Report type:Country report, Technical report
Level:M
Media type:Book
Primary subject category:Fertilizing - ປຸ໋ຍ ແລະ ການໃສ່ປຸ໋ຍ
Availability:NAFRI Library, Vientiane (Lao PDR)
Publication place:Vientiane (Lao PDR)
Publication date:2008-02
Pages (book, total):70
Summary statement:Lao
Language of text:Lao
Descriptors:Fertilizer application; ການໃສ່ຝຸ່ນ;
Keywords:Fertilizer; application; demonstration; Introduction; Evaluation; of; fertilizer; application; Farmer; demonstration; Comparative; study;
Abstract (Lao):ບົດສະຫຼຸບ: ເພື່ອຮັບປະກັນໃຫ້ການນໍາໃຊ້ຝຸ່ນທຸກໆຊະນິດລົງໄປໃນພື້ນທີ່ທໍາການຜະລິດ ຄວນສຶກສາເຖີງຄຸນສົມ ບັດທາງເຄມີ-ຟີຊີກ, ຄວາມອຸດົມສົມບູນ ແລະສະພາບການເປັນມາຂອງພື້ນທີ່ ເພື່ອຮັບປະກັນການລົງທຶນ. ເພື່ອ ເຮັດໃຫ້ການລົງທຶນໄດ້ຮັບຜົນຢ່າງໜ້າພໍໃຈກໍ່ຄືການເຮັດໃຫ້ການນໍາໃຊ້ຝຸ່ນ ມີປະສິດທີ່ຜົນສູງ ຕ້ອງຮູ້ຈັດຄຸນສົມ ບັດຂອງຝຸ່ນ, ຮູ້ຈັກຊະນິດພືດທີ່ຈະປູກ, ຮູ້ຈັກປັດໃຈຂອງສິ່ງແວດລ້ອມ ທີ່ອໍານວຍຄວາມສະດວກໃຫ້ການປູກພືດ. ໂດຍຜ່ານການດໍາເນີນວຽກງານຂອງໂຄງການລາວ 85/007 ວ່າດ້ວຍການນໍາໃຊ້ຝຸ່ນຊີວະພາບ ແລະ ຝຸ່ນອົງຄະທາດ ແຕ່ປີ 1989 - 1991 ໂດຍໄດ້ທໍາການທົດລອງໃນເນື້ອທີ່ຂອງປະຊາຊົນພໍສະຫຼຸບໄດ້: ການນໍາໃຊ້ຝຸ່ນເຄມີຢ່າງດຽວໃນພື້ນທີ່ນາທີ່ມີທາດອາຫານຕໍ່າໃນອັດຕາ 60-30-0 ມີປະສິດທີ່ຜົນເທົ່າທຽມກັນ ໃນການໃສ່ຝຸ່ນອົງຄະທາດ 5 ຕ/ຮຕປະສົມກັບຝຸ່ນເຄມີ 30-30-0. ການນໍາໃຊ້ແກບເຂົ້າປະສົມກັບຝຸ່ນເຄມີ ສັງເກດໄດ້ວ່າ : ຍິ່ງເພີ່ມບໍລິມາດແກບ ຍິ່ງເຮັດໃຫ້ຜົນຜະລິດຕົກຕໍ່າລົງ. ໃນເມື່ອເພີ່ມບໍລິມາດເກບເຂົ້າ ກໍ່ຄວນເພີ່ມບໍລິມາດຝຸ່ນໄນໂຕຼເຈນ ໂດຍຫວ່ານຝຸ່ນດັ່ງກ່າວໃຫ້ເຈືອປົນແກບຄື: ປະລິມານ 25-75ກລN/ຮຕ/5ຕ ແກບເຂົ້າ. ຜ່ານການດໍາເນີນງານຂອງໂຄງການ ຝຸ່ນຊີວະພາບຊົ່ວລະຍະ 2 ປີ ສັງເກດໄດ້ວ່າຂໍ້ມູນທາງໂຄງການໄດ້ເກັບກໍາ ໄວ້ໄດ້ນັ້ນຍັງບໍທັງສົມບູນເພາະວ່າຕົວເລກດັ່ງກ່າວພຽງຕົວເລກ 2 ລະດູການ ດັ່ງນັ້ນຄວນຈະໄດ້ສຶບຕໍ່ປະຕິບັດອີກ ແລະ ຈໍາເປັນຕ້ອງໄດ້ຂະວຽກງານນີ້ລົງ ໄປສູ່ເຂດທົ່ງພຽງແຂວງອື່ນ ຍັງບໍທັນມີຂໍ້ມູນ. ຄວນໃຫ້ມີການຊຸກຍູ້ນໍາພາປະຊາຊົນຊາວກະສິກອນສະສົມຝຸ່ນຄອກ ແລະ ເສດວັດຖຸກະສິກໍາເຂດອື່ນເພື່ອນໍາໃຊ້ເຂົ້າ ເປັນຝຸ່ນໃສ່ນາ. ເພາະສະພາບດິນນາສ່ວນໃຫຍ່ ຖືກການກັດເຊາະເຊື່ອມຄຸນນະພາບ, ຕໍສະພາບດິນດັ່ງກ່າວ ຊາວນາໄດ້ທໍາການປູກເຂົ້າ ແຕ່ຜົນຜະລິດບໍ່ ກຸ້ມຄ່າ ແລະເຮັດໃຫ້ຊາວນາປະເນື້ອທີ່ປູກຝັງສັບຊ່າວບຸກເບີກເນື້ອທີ່ ໃກ້ຄຽງເພື່ອທໍາການຜະລິດ. ຕໍ່ໜ້າສະພາບດິນດັ່ງກ່າວຄວນມີມາດຕະການທີ່ເໝາະສົມເພື່ອສົດຊ່ວຍ ແລະຟື້ນຟູໃຫ້ຄືນສູ່ສະພາບທີ່ຮັບໃຊ້ການ ປູກຝັງໄດ້.

LAD - Lao Agriculture Database, version 3.0