LAD
LAD number:LAD010320090157
Title (mon, Lao):ການປູກໄມ້ສັກປະສົມປະສານໃສ່ເນື້ອທີ່ຂະໜາດນ້ອຍ ໃນລະບົບກະສິກຳ-ປ່າໄມ້
Conference date:2010 -- 2010
Literary indicators:R (Report/ບົດລາຍງານ)
Publication code(s):FRC
Author address code(s):FRC
Author(s):ສົມພະຈັນ ວົງພະສຸວັນ
Report type:Research Literature
Level:AM
Media type:Book
Primary subject category:Forestry production - ການຜະລິດທາງດ້ານປ່າໄມ້
Availability:ຫ້ອງສະມຸດ, ສະຖາບັນຄົ້ນຄວ້າກະສິກຳແລະປ່າໄມ້ ແຫ່ງຊາດ. ວຽງຈັນ (ສປປ. ລາວ)
Publication date:2010
Pages:80-84
Pages (book, total):109
Summary statement:Lao
Language of text:Lao
Keywords:ໄມ້ສັກ;ການປູກໄມ້ສັກ;ລະບົບກະສິກຳ;ການປູກໄມ້ປະສົມປະສານ;
Abstract (Lao):ການປູກໄມ້ສັກປະສົມປະສານການ ໃສ່ໃນທີ່ຂະໜາດນ້ອຍ ໃນລະບົບກະສິກຳ-ປ່າໄມ້ ແມ່ນກິດຈະກຳໜື່ງຂອງໂຄງການ ຍ່ອຍຄົ້ນຄວ້າປ່າໄມ້. ໂຄງການຄົ້ນຄວ້າກະສິກຳ ແລະປ່າໄມ້ເຂດພູດອຍ ຮ່ວມມື ລາວ-ຊູແອດ ທີ່ໄດ້ດຳເນີນການຈຳຕົ້ງໃນປີ 2003 ໃນພື້ນທີ່ການຜະລິດຂອງຊາວກະສິກອນ ທີ່ ບ້ານມະຫາ ເມືອງໂພນໄຊ ແຂວງ ຫຼວງພະບາງ ກິດຈະກຳດັ່ງກ່າວນຳໄຊ້ວີທີກຳທີ່ງ່າຍດາຍໃນການສຶກສາ ຄື ທຳການແຈກຢາຍເບ້ຍໄມ້ສັກໃຫ້ ແຕ່ລະຄອບຄົວຈຳນວນ 50 ເບ້ຍ ຕໍ່ຄອບຄົວ ໂດຍແນະນຳໃຫ້ປູກໃສ່ອ້ອມຮອບເນື້ອທີ່ ຫຼື ປູກເປັນຈຸ້ມ ຢູ່ບ່ອນທີ່ບໍ່ສາມາດ ຫຼື ບໍ່ເໝາະສົມກັບການປູກພືດກະສິກຳ ເຊັ່ນ: ບ່ອນທີ່ຊັນເກີນໄປ(ແຄມຕາຝັ່ງ). ມີຫີນຫຼາຍເປັນຕົ້ນ ຈາກການຕິດຕາມກິດຈະກຳດັ່ງກ່າວຢ່າງເປັນໄລຍະ ແລະ ຕໍ່ເນື່ອງ ເຫັນໄດ້ວ່າ ໂດຍທົ່ວໄປ ໄມ້ສັກທີ່ປູກຄວນຈະມີຈຳນວນຕົ້ນທີ່ເຫຼືອ ຫຼື ເປີເຊັນລອດຕາຍກວ່ານີ້; ສາເຫດ ຕົ້ນຕໍແມ່ນ ເບ້ຍທີ່ນຳໄປປູກ ມີຂະໜາດແຕກຕ່າງກັນຫຼາຍ ຄືຈຳນວນທີ່ໃຫ່ຍ 20-40 ຊັງຕີເມັດ ແລະ ຈຳນວນທີ່ນ້ວຍຈາກ 15-20 ຊັງຕີເມັດ.ຊຶ່ງແຕ່ລະຄອບຄົວຈະມີທັງຈຳນວນໃຫ່ຍ ແລະ ນ້ອຍໂດຍສະເລ່ຍ ການປູກກເປັນຈຸ້ມ ຈະມີການອາະນາໄມເສ້ຍຫຍ້າທີ່ດີກວ່າ; ໃນຂະນະທີ່ການປູກລຽບຕາມຊາຍແດນ ຊາວບ້ານຈະອະນາໄມ ພື້ນທີ່ປູກຕົນເອງພຽງແຕ່ໃນຂອງຂອບເຂດຕົນເອງເທົ່ານັ້ນ ສ່ວນຝາກກົ່ກັນຂ້າມ (ບ່ອນທີ່ບໍ່ມີການຜະລິດ) ຈະເປັນປ່າຫົກເຮື້ອ ຊຶ່ງເປັນອຸປະສັກໃຫ້ແກ່ການເຕີບໂຕຂອງໄມ້ສັກ. ສະພາບຂອງຈຳນວນຕົ້ນທີ່ຍັງຖືວ່າມີການເຕີບໂຕດີເປັນປົກກະຕິ, ຕົ້ນຂຽວງານຂ້ອນຂ້າງໂດດເດັ່ນ ການປູກໄມ້ແບບນີ້ ບໍ່ໄດ້ເປັນອຸປະສັກຕໍ່ການປູກພືດອຸກະສິກຳ ໂດຍສະເພາະໃນບໍລິເວນ ເນື້ອທີ່ຊຶ່ງໄດ້ຖາງ ຈູດທັງໝົດນັ້ນມີບາງບ່ອນຊຶ່ງບໍເໝາະສົມກັບ ການປູກພືດກະສິກຳ (ບ່ອນທີ່ຫີນຫຼາຍ, ບ່ອນເປັນເຫວຊັນແຄມຫ້ວຍ) ພ້ອມດຽວກັນຖ້າທຸກຄົນ ຫາກນຳໄຊ້ຮູບແບບການຜະລິດ ແບບນີ້ ຈະເຮັດໃຫ້ສະພາບ ທັດສະນິຍະພາບພື້ນທີ່ມີຄວາມສົມບູນຂຶ້ນ, ຢ່ງນ້ອຍກໍ່ເພີ້ນຄວາມຫຼາຫຼາຍ ທາງຊີວະນາໆພັນຂື້ນ ໃນລະດັບໃດໜື່ງ.
Files: download full text file 1 out of 1 (113.42 Kb)
Downloads:171

LAD - Lao Agriculture Database, version 3.0