LAD
LAD number:LAD010320170051
ARN number:LA2017000052
Title (main, Lao):ຍຸດທະສາດແຫ່ງຊາດດ້ານໂພສະນາການຮອດປີ 2025 ແລະ ແຜນປະຕິບັດງານ 2016-2020
Literary indicators:V (Non-conventional/ເອກະສານບໍ່ເຜີຍແຜ່)
Publication code(s):Not specific
Author address code(s):Not specific
Report type:Country report, Technical report
Level:M
Media type:Book
Primary subject category:Nutrition programmes - ແຜນງານທາງໂພຊະນາການ
Availability:ຫ້ອງສະໝຸດ ສະຖາບັນຄົ້ນຄ້ວາ ກະສິກຳ ແລະ ປ່າໄມ້ ແຫ່ງຊາດ
Publication date:2018-12
Pages (book, total):78
Summary statement:Lao
Language of text:Lao
Descriptors:Human nutrition; ໂພຊະນາການຂອງມະນຸດ;
Keywords:ໂພສະນາການ; ຍຸດທະສາດ; ແຜນປະຕິບັດງານ; ອາຫານ; ທາດອາຫານ;
Abstract (Lao):ໃນທົດສະວັດທີ່ຜ່ານມາ ສປປ ລາວ ໄດ້ມີການເຕີບໂຕທາງດ້ານເສດຖະກິດດີຂື້ນ, ແຕ່ປະເທດເຮົາກໍຍັງເປັນໜຶ່ງໃນ ບັນດາປະເທດທີ່ມີອັດຕາການຂາດສານອາຫານຊຳເຮື້ອສູງຢູ່ໃນຂົງເຂດອາຊີອາຄະເນ. ອີງຕາມຂໍ້ມູນຫຼ້າສຸດ, ປະມານ 44%1 ຂອງເດັກນ້ອຍອາຍຸຕໍ່າກ່ວາ 5 ປີ ຂາດສານອາຫານຊຳເຮື້ອປະເພດລວງສູງຕໍ່າກວ່າລວງສູງມາດຕະ ຖານ ແມ່ນຍັງມີຄວາມຄືບໜ້າເລັກໜ້ອຍ, ເຊັ່ນດຽວກັນກັບບາງເປົ້າໝາຍສະຫັດສະຫວັດອື່ນ. ສະພາບການຂາດ ສານອາຫານດັ່ງກ່າວໄດ້ຂົ່ມຂູ່ຊີວິດ, ການພັດທະນາເສດຖະກິດ ແລະ ສັງຄົມຂອງຊາດ; ຊຶ່ງໄດ້ພົວພັນເຖິງການຫຼຸດ ລົງຂອງການເຂົ້າຮຽນ, ມີຄວາມທ້າທາຍໃນການບັນລຸຄາດໝາຍການສຶກສາ ແລະ ສົ່ງຜົນກະທົບຕໍ່ການສ້າງສາ ພັດທະນາ ເຊິ່ງຈະນໍາໄປສູ່ການສູນເສຍກໍາລັງການຜະລິດໃນອະນາຄົດຫລາຍກວ່າ 20%. ໃນປີ 2011, ການຕາຍ ຂອງເດັກໃນໂລກປະມານ 45% ແມ່ນມາຈາກເດັກທີ່ຂາດສານອາຫານ (ລວມທັງເດັກຂາດສານອາຫານຢູ່ໃນທ້ອງ ແມ່ທີ່ມີສາເຫດມາຈາກແມ່ຂາດສານອາຫານໃນເວລາຖ ພາ). ດັ່ງນັ້ນ ການສົ່ງເສີມໂພຊະນາການທີ່ດີໄດ້ເປັນ ບຸລິມະສິດອັນຮີບດ່ວນຂອງການພັດທະນາໃນ ສປປ ລາວ. ການຫຼຸດຜ່ອນການຂາດສານອາຫານແມ່ນໜຶ່ງ ໃນສາມເປົ້າໝາຍທີ່ທ້າທາຍ ແລະ ຈະບໍ່ບັນລຸທຽບໃສ່ບັນດາເປົ້າໝາຍ ສະຫັດສະຫວັດແຫ່ງການພັດທະນາໃນ ສປປ ລາວ. ດັ່ງທີ່ພວກເຮົາຮູ້ແລ້ວວ່າ, ກອບເວລາເປົ້າໝາຍສະຫັດສະຫວັດ ແຫ່ງການພັດທະນາໄດ້ຈັດຕັ້ງປະຕິບັດມາເຖິງຊ່ວງເວລາສຸດທ້າຍແລ້ວ, ບັນດາສິ່ງທ້າທາຍທີ່ຍັງບໍ່ທັນໄດ້ຮັບການແກ້ ໄຂ ແລະ ເປັນບັນຫາທີ່ສືບຕໍ່ຂອງໂລກນັ້ນ ໄດ້ປະກອບເປັນເປົ້າໝາຍການພັດທະນາທີ່ຍືນຍົງ 17 ເປົ້າໝາຍລວມ, ເຊິ່ງໄດ້ສ້າງຂື້ນບົນພື້ນຖານຂອງເປົ້າໝາຍສະຫັດສະຫວັດແຫ່ງການພັດທະນາ. ຍຸດທະສາດ ແລະ ແຜນປະຕິບັດ ງານແຫ່ງຊາດດ້ານໂພຊະນາການນີ້ ໄດ້ສ້າງຂື້ນໂດຍມີຈຸດປະສົງເພື່ອບັນລຸເປົ້າໝາຍການພັດທະນາທີ່ຍືນຍົງເປົ້າໝາຍທີ 2 “ລົບລ້າງຄວາມອືດຫິວ, ບັນລຸການຄໍ້າປະກັນສະບຽງອາຫານ, ປັບປຸງໂພຊະນາການ ແລະ ສົ່ງເສີມກະສິກຳທີ່ຍືນຍົງ” ແລະ ປະກອບສ່ວນ ໂດຍກົງເຂົ້າໃນເປົ້າໝາຍຕ່າງໆ. ຊຶ່ມີຄວາມຊັດເຈນແລ້ວວ່າ, ເປົ້າໝາຍການ ພັດທະນາທີ່ຍືນຍົງ ທີ 2 ພ້ອມທັງເປົ້າໝາຍອື່ນໆຈະບໍ່ສາມາດບັນລຸໄດ້ ຖ້າປັດສະຈາກການຈັດຕັ້ງປະຕິບັດທີ່ເອົາຈິງ ເອົາຈັງ ແລະ ເຊື່ອມສານກັບທຸກພາກສ່ວນທີ່ກ່ຽວຂ້ອງໃນ ສປປ ລາວ.ເພື່ອຕອບໂຕ້ຕໍ່ກັບການຂາດສານອາຫານທີ່ຢູ່ໃນລະດັບສູງດັ່ງກ່າວ, ລັດຖະບານແຫ່ງ ສປປ ລາວ ໄດ້ປະກາດໃຊ້ ນະໂຍບາຍແຫ່ງຊາດວ່າດ້ວຍໂພຊະນາການສະບັບທໍາອິດ ໃນເດືອນ ທັນວາ ປີ 20085. ອີງໃສ່ນະໂຍບາຍດັ່ງກ່າວ, ຍຸດທະສາດ ແລະ ແຜນປະຕິບັດງານແຫ່ງຊາດວ່າດ້ວຍໂພຊະນາການ 2010-2015 ໄດ້ຖ ກສ້າງຕັ້ງຂື້ນ ແລະ ປະກາດໃຊ້ຢ່າງເປັນທາງການໂດຍລັດຖະບານແຫ່ງ ສປປ ລາວ.
Files: download full text file 1 out of 1 (1.68 MB)
Downloads:0

LAD - Lao Agriculture Database, version 3.0